ກ່ຽວກັບ ເຮືອນພັກພູມໃຈ ເຮືອນພັກພູມໃຈ ໄດ້ທຳການເປີດໃຫ້ບໍລິການຄັ້ງທຳອິດໃນວັນທີ່ 26 ເດືອນສິງຫາ ປີ 2015 ດຳເນີນຈົນມາເຖິງປັດຈຸບັນ. ຕອນນີ້ເຮືອນພັກພູມໃຈມີຫ້ອງພັກລວມທັງໝົດ 25 ຫ້ອງແບ່ງເປັນ 4 ປະເພດຫ້ອງພັກ: ຫ້ອງຕຽງດຽວມີເຄື່ອງປັບອາກາດ ແລະ ບໍ່ມີເຄື່ອງປັບອາກາດ, ຕຽງຄູ່ມີເຄື່ອງປັບອາກາດ ແລະ ບໍ່ມີເຄື່ອງປັບອາກາດ ດ້ານພະນັກງານ ເຮືອນພັກພູມໃຈມີພະນັກງານທັງໝົດ 8 ຄົນ: ຜູ້ຍິງ 4 ຄົນ ແລະ ຜູ້ຊາຍ 4 ຄົນ ແບ່ງເປັນພະນັກງານຕ້ອນຮັບ 2 ຄົນ, ພະນັກງານຍາມ 1 ຄົນ, ພະນັກງານອະນາໄມ 4 ຄົນ ແລະ ຜູ້ຈັດການ 1 ຄົນ.